info@dit.moic.gov.la 021-412-436

ກົມການຄ້າພາຍໃນ

ແມ່ນກົມໜຶ່ງທີ່ນອນຢູ່ໃນກົງຈັກການຈັດຕັ້ງຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.

     ກົມການຄ້າພາຍໃນແມ່ນກົງຈັກໜຶ່ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ມີພາລະບົດບາດເປັນເສນາທິການໃຫ້ກະຊວງ ໃນການຄຸ້ມຄອງ ແລະ ພັດທະນາຕາໜ່າງການຄ້າ, ສະມາຄົມອຸດສາຫະກໍາປຸງແຕ່ງ ແລະ ການຄ້າ, ສະຫະກອນການຄ້າ, ສະພາການຄ້າຕ່າງປະເທດ ປະຈໍາ ສປປ ລາວ, ວຽກງານຄຸ້ມຄອງການຄ້າທາງດິຈີຕ໋ອນ ແລະ ການຄ້າທາງເອເລັກໂຕຣນິກ, ວຽກງານຄຸ້ມຄອງລາຄາ ແລະ ວຽກງານຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ໃນຂອບເຂດທົ່ວປະເທດ ຊຶ່ງສາມາດຈັດເປັນກຸ່ມວຽກ ດັ່ງນີ້:

  • ວຽກງານພັດທະນາຕາໜ່າງການຄ້າ ເປັນຕົ້ນ ວຽກງານຄຸ້ມຄອງຕະຫຼາດ, ວຽກງານຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ, ທຸລະກິດການຈໍາໜ່າຍສິນຄ້າ (ລວມທັງການຄ້າຂາຍຍົກ-ການຄ້າຂາຍຍ່ອຍ), ທຸລະກິດຍານພາຫະນະ, ທຸລະກິດການຈໍາໜ່າຍວັດຖຸມີຄ່າ, ທຸລະກິດຂາຍກົງ, ສະພາການຄ້າຕ່າງປະເທດ ປະຈໍາ ສປປ ລາວ ແລະ ວຽກງານຄຸ້ມຄອງສະມາຄົມເສດຖະກິດ.
  • ວຽກງານຄຸ້ມຄອງການຄ້າທາງດິຈີຕ໋ອນ ກໍຄື ວຽກງານການຄ້າທັນສະໄໝ ເປັນຕົ້ນ ການຄ້າທາງດິຈີຕ໋ອນ, ການຄ້າທາງເອເລັກໂຕຣນິກ ລວມທັງ ການຢັ້ງຢືນການແຈ້ງການຄ້າທາງເອເລັກໂຕຣນິກ ຜ່ານຫຼາຍຊ່ອງທາງ, ການຢັ້ງຢືນຮັບຮູ້ ແລະ ອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ແລະ ກ່ຽວຂ້ອງການການຄ້າທາງດິຈີຕ໋ອນ.
  • ວຽກງານຄຸ້ມຄອງສິນຄ້າ ແລະ ລາຄາ ເປັນຕົ້ນ ບັນຊີລາຍການສິນຄ້າຄວບຄຸມລາຄາ, ລາຍການສິນຄ້າຕິດຕາມການເໜັງຕີງ, ໂຄງປະກອບລາຄາສິນຄ້າ ແລະ ຄ່າບໍລິການທີ່ລັດຄວບຄຸມ ຫຼື ມີຜົນກະທົບໄວ, ລະບົບເຄື່ອຂ່າຍຕິດຕາມລາຄາສິນຄ້າ ແລະ ຄ່າບໍລິການ, ລະບົບຕິດຕາມສະພາບການສະໜອງ ແລະ ຄວາມຕ້ອງການ ລວມທັງການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ.
  • ວຽກງານຄຸ້ມຄອງນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ເປັນຕົ້ນ ວຽກງານຄຸ້ມຄອງກອງທຶນນໍ້າມັນເຊື້ອໄຟ, ປັບລາຄາ, ໂຄງປະກອບລາຄານໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ການອອກອະນຸຍາດດໍາເນີນທຸລະກິດນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ.

ຂ່າວຕ່າງໆ

ກອງປະຊຸມສໍາມະນາຖອດຖອນບົດຮຽນ (ແບບທາງໄກ) ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ອ່ານເພີ່ມເຕີ່ມ

ກອງປະຊຸມເປີດບັ້ນແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກົມການຄ້າພາຍໃນ ຮອດປິ 2025

ອ່ານເພີ່ມເຕີ່ມ

ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບ ທຸລະກິດການຄ້າທາງເອເລັກໂຕຣນິກ

ອ່ານເພີ່ມເຕີ່ມ

ກອງປະຊຸມຄະນະຊີ້ນຳວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 71/ນຍ) ຄັ້ງທີ 03

ອ່ານເພີ່ມເຕີ່ມ

ທ່ານລັດຖະມົນຕີ ກະຊວງ ອຄ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກ ອຄ ນະຄອນຫຼວງ

ອ່ານເພີ່ມເຕີ່ມ

ກວດການ້ຳມັນ

ອ່ານເພີ່ມເຕີ່ມ

ກວດກາຢ້ຽມຢາມ

ອ່ານເພີ່ມເຕີ່ມ

ກອງປະຊຸມປຶກສາຫາລື

ອ່ານເພີ່ມເຕີ່ມ

ຮູບພາບກິດຈະກຳຕ່າງໆ