info@dit.moic.gov.la 021-412-436
ປະຫວັດຄວາມເປັນມາຂອງກົມການຄ້າພາຍໃນ

ກົມການຄ້າພາຍໃນຖືກສ້າງຕັ້ງຂຶ້ນ ແລະ ກໍານົດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ນັບແຕ່ປີ 1978 ຮອດປະຈຸບັນ. ນັບແຕ່ໄລຍະນັ້ນເປັນຕົ້ນມາ, ອີງຕາມການພັດທະນາ ແລະ ວິວັດທະນາການທາງດ້ານກົງຈັກການຈັດຕັ້ງຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການປ່ຽນແປງ ແລະ ຂະຫຍາຍຕົວ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານວິຊາສະເພາະຂອງກົມການຄ້າພາຍໃນ ໄດ້ປັບປຸງກົງຈັກການຈັດຕັ້ງຂອງກົມ ໃນສອງໄລຍະ ຄື: ໃນປີ 2011 ກົມການຄ້າພາຍໃນ ໄດ້ແຍກອອກເປັນ ກົມການຄ້າພາຍໃນ ແລະ ກົມທະບຽນວິສາຫະກິດແລະສົ່ງເສີມການລົງທຶນ, ປີ 2023 ກົມການຄ້າພາຍໃນ ໄດ້ແຍກອອກເປັນ ກົມການຄ້າພາຍໃນ ແລະ ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ.

ປະຈຸບັນ ກົມການຄ້າພາຍໃນແມ່ນກົງຈັກໜຶ່ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ມີພາລະບົດບາດເປັນເສນາທິການໃຫ້ກະຊວງ ໃນການຄຸ້ມຄອງ ແລະ ພັດທະນາຕາໜ່າງການຄ້າ, ສະມາຄົມອຸດສາຫະກໍາປຸງແຕ່ງ ແລະ ການຄ້າ, ສະຫະກອນການຄ້າ, ສະພາການຄ້າຕ່າງປະເທດ ປະຈໍາ ສປປ ລາວ, ວຽກງານຄຸ້ມຄອງການຄ້າທາງດິຈີຕ໋ອນ ແລະ ການຄ້າທາງເອເລັກໂຕຣນິກ, ວຽກງານຄຸ້ມຄອງລາຄາ ແລະ ວຽກງານຄຸ້ມຄອງທຸລະກິດນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ໃນຂອບເຂດທົ່ວປະເທດ ຊຶ່ງສາມາດຈັດເປັນກຸ່ມວຽກຕົ້ນຕໍ ດັ່ງນີ້:

- ວຽກງານພັດທະນາຕາໜ່າງການຄ້າ ປະກອບມີ ວຽກງານຄຸ້ມຄອງຕະຫຼາດ, ວຽກງານຄຸ້ມຄອງ ສູນການຄ້າ ແລະ ຮ້ານສັບພະສິນຄ້າ, ທຸລະກິດການຈໍາໜ່າຍສິນຄ້າ (ລວມທັງການຄ້າຂາຍຍົກ-ການຄ້າຂາຍຍ່ອຍ), ທຸລະກິດຍານພາຫະນະ, ທຸລະກິດການຈໍາໜ່າຍວັດຖຸມີຄ່າ, ທຸລະກິດຂາຍກົງ, ສະພາການຄ້າຕ່າງປະເທດ ປະຈໍາ ສປປ ລາວ ແລະ ວຽກງານຄຸ້ມຄອງສະມາຄົມເສດຖະກິດ.  

- ວຽກງານຄຸ້ມຄອງການຄ້າທາງດິຈີຕ໋ອນ ກໍຄື ວຽກງານການຄ້າທັນສະໄໝ ປະກອບມີ ການຄ້າທາງດິຈີຕ໋ອນ, ການຄ້າທາງເອເລັກໂຕຣນິກ ລວມທັງ ການຢັ້ງຢືນການແຈ້ງການຄ້າທາງເອເລັກໂຕຣນິກ ຜ່ານຫຼາຍຊ່ອງທາງ, ການຢັ້ງຢືນຮັບຮູ້ ແລະ ອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ແລະ ກ່ຽວຂ້ອງການການຄ້າທາງດິຈີຕ໋ອນ.             

- ວຽກງານຄຸ້ມຄອງສິນຄ້າ ແລະ ລາຄາ ປະກອບມີ ການກໍານົດ ບັນຊີລາຍການສິນຄ້າຄວບຄຸມລາຄາ, ລາຍການສິນຄ້າຕິດຕາມການເໜັງຕີງ, ໂຄງປະກອບລາຄາສິນຄ້າ ແລະ ຄ່າບໍລິການທີ່ລັດຄວບຄຸມ ຫຼື ມີຜົນກະທົບໄວ, ລະບົບເຄື່ອຂ່າຍຕິດຕາມລາຄາສິນຄ້າ ແລະ ຄ່າບໍລິການ, ລະບົບຕິດຕາມສະພາບການສະໜອງ ແລະ ຄວາມຕ້ອງການ ລວມທັງການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ.

- ວຽກງານຄຸ້ມຄອງນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ເປັນຕົ້ນ ວຽກງານຄຸ້ມຄອງກອງທຶນນໍ້າມັນເຊື້ອໄຟ, ປັບລາຄາ, ໂຄງປະກອບລາຄານໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ການອອກອະນຸຍາດດໍາເນີນທຸລະກິດນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ.