info@dit.moic.gov.la 021-412-436

ກວດກາຢ້ຽມຢາມ

ໃນຕອນເຊົ້າຂອງວັນທີ 05 ກໍລະກົດ 2022 ທີ່ຜ່ານມາ, ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍເຈົ້າໜ້າທີ່ກວດກາການຄ້າ ແລະ ຄະນະວິຊາການພາຍໃນກົມ ຈຳນວນ 07 ທ່ານ ໄດ້ລົງເກັບກຳຂໍ້ມູນ, ຢ້ຽມຢາມພົບປະກັບບໍລິສັດ ສົມບູນການຄ້າ ຈຳກັດ, ລັດວິສາຫະກິດນ້ຳມັນເຊື້ອໄຟລາວ, ປ້ຳນ້ຳມັນຕົວແບບຂອງລັດວິສາຫະກິດນ້ຳມັນເຊື້ອໄຟ ຫລັກ 6 ແລະ ຮ້ານຄ້າ J-Mart ເພື່ອເກັບກຳສະພາບການສະໜອງສິນຄ້າ ແລະ ບໍລິການ, ຕິດຕາມລາຄາສິນຄ້າກະທົບໄວຕໍ່ກັບຊິວິດການເປັນຢູ່ຂອງປະຊາຊົນ ແລະ ແລກປ່ຽນຄຳຄິດຄຳເຫັນໃນການປະກອບທຸລະກິດຕ່າງໆ ເປັນຕົ້ນ: ສິ່ງທ້າທາຍຂອງບໍລິສັດ ໃນສະພາບອັດຕາເງິນເຟີ້ຂອງລາວທີ່ເພີ່ມສູງຂຶ້ນ ໃນໄລຍະເດືອນຜ່ານມາຮອດປະຈຸບັນ.