info@dit.moic.gov.la 021-412-436

ກອງປະຊຸມເປີດບັ້ນແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກົມການຄ້າພາຍໃນ ຮອດປິ 2025

ໃນຕອນເຊົ້າຂອງວັນທີ 06 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 01 ຂອງກະຊວງ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດບັ້ນແຂ່ງຂັນຍ້ອງຍໍ-ຮັກຊາດພັດທະນາ ຮອດປີ 2025 ໂດຍການເປັນປະທານຂອງທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ມີບັນດາຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການ ພາຍໃນກົມເຂົ້າຮ່ວມຢ່າງຄົບຖ້ວນ.