info@dit.moic.gov.la 021-412-436

ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບ ທຸລະກິດການຄ້າທາງເອເລັກໂຕຣນິກ

ໃນວັນທີ 28 ມິຖຸນາ 2023 ທີ່ຜ່ານມາ, ຢູ່ທີ່ໂຮງແຮມລາວພລາຊາ ຫ້ອງການກະຊວງ ແລະ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບທຸລະກິດການຄ້າທາງເອເລັກໂຕຣນິກ ໂດຍການເປັນປະທານຂອງທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ມີບັນດາຜູ້ຕາງໜ້າຈາກພາກລັດ, ພາກທຸລະກິດ ແລະ ພະນັກງານວິຊາການຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 50 ທ່ານ ຊຶ່ງໄດ້ຮັບການສະໜັບສະໜູນໂດຍ: ໂຄງການສົ່ງເສີມຄວາມສາມາດດ້ານການແຂ່ງຂັນ ແລະ ການຄ້າ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ດຳລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລບ, ລົງວັນທີ 12 ເມສາ 2021 ເປັນຕົ້ນ:
1. ການເຈລະຈາໃນຂອບການຮ່ວມມື ວຽກງານການຄ້າທາງເອເລັກໂຕຣນິກ ໃນພາກພື້ນ ແລະ ສາກົນ.
2. ການສົ່ງເສີມ ວຽກງານການຄ້າທາງເອເລັກໂຕຣນິກ ເຊັ່ນ: ການສົ່ງເສີມຜະລິດຕະພັນກະສິກຳລາວອອກສູ່ຕະຫຼາດສາກົນ.
3. ວຽກງານຄຸ້ມຄອງການຄ້າເອເລັກໂຕຣນິກ ເຊັ່ນ: ຄຳແນະນຳ ກ່ຽວກັບການແຈ້ງການຄ້າທາງເອເລັກໂຕຣນິກ.

ໃນກອງປະຊຸມຄັ້ງນີ້ ທ່ານປະທານຍັງກ່າວຕື່ມວ່າ: ວຽກງານການຄ້າເອເລັກໂຕຣນິກ ແມ່ນຍົກລະດັບການຊື້-ຂາຍ ຈາກເມືອກ່ອນແບບເຊີ່ງໜ້າ ກາຍມາເປັນການຊື້-ຂາຍຮູບແບບໃໝ່ ໂດຍນຳໃຊ້ຊ່ອງທາງເອເລັກໂຕຣນິກ ເຮັດໃຫ້ຜູ້ບໍລິໂພກ ຫລື ຜູ້ຊົມໃຊ້ສາມາດເຂົ້າເຖິງ ແລະ ເລືອກການຊົມໃຊ້ສິນຄ້າ ແລະ ບໍລິການໄດ້ຫຼາຍຊ່ອງທາງ ແລະ ມີຄວາມສະດວກສະບາຍຂຶ້ນ. ຍົກສູງຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດດີຈີຕອນແຫ່ງຊາດເຫັນວ່າວຽກງານການຄ້າທາງເອເລັກໂຕຣນິກແມ່ນການຫັນເປັນທັນສະໄໝ ເຫັນວ່າມີການຂະຫຍາຍຕົວໄວ ແລະ ເປັນທີ່ໜ້າສົນໃຈຫຼາຍ ເພາະນັບມື້ນັບມີຜູ້ນຳໃຊ້ອິນເຕີເນັດ ເພື່ອຫັນເປັນດີຈີຕອນຫຼາຍຂຶ້ນເລື່ອຍໆ ສົ່ງຜົນໃຫ້ການປະກອບທຸລະກິດການຄ້າທາງເອເລັກໂຕຣນິກ ເປັນເສັ້ນທາງການຕະຫຼາດທີ່ໃຫຍ່ ທີ່ສາມາດເຂົ້າເຖິງກຸ່ມຜູ້ບໍລິໂພກເປົ້າໝາຍໄດ້ຢ່າງໄວ, ບໍ່ມີຂີດຈໍາກັດຂອງເວລາ ແລະ ສະຖານທີ່, ການຄ້າທາງເອເລັກໂຕຣນິກ ຈຶ່ງເປັນທາງເລືອກໜຶ່ງຂອງຜູ້ປະກອບການທຸລະກິດ ແລະ ຜູ້ຊົມໃຊ້ໃນປັດຈຸບັນທີ່ໄດ້ຮັບຄວາມນິຍົມຫຼາຍ.

ໃນຕອນທ້າຍຂອງກອງປະຊຸມ ນັກສຳມະນາກອນ ແລະ ວິທະຍາກອນ ຍັງໄດ້ສົນທະນາປືກສາຫາລືບັນຫາຕ່າງໆທີ່ພົ້ນເດັ່ນໃນໂຊຊຽວມີເດຍ ເພື່ອພ້ອມກັນຊອກຫາຫົນທາງແກ້ໄຂ ໃຫ້ດີຍິ່ງຂຶ້ນ.