info@dit.moic.gov.la 021-412-436

ທ່ານລັດຖະມົນຕີ ກະຊວງ ອຄ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກ ອຄ ນະຄອນຫຼວງ

ໃນຕອນບ່າຍຂອງ ວັນທີ 23 ສິງຫາ 2022, ຄະນະນຳກະຊວງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ອຄ ນະຄອນຫຼວງ, ຮອງຫົວໜ້າພະແນກ ອຄ ນະຄອນຫຼວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ບັນດາວິຊາ ຂອງບັນດາຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງພະແນກອຸດສາຫະກຳ ການຄ້າ ນະຄອນຫຼວງ.
ຈຸດປະສົງຂອງການລົງຢ້ຽມຢາມ ແລະ ເຮັດວຽກນຳພະແນກ ອຄ ນະຄອນຫຼວງ ໃນຄັ້ງນີ້ ແມ່ນເພື່ອຮັບຟັງການສະຫລຸບລາຍງານ ການຈັດຕັ້ງປະຕິບັດ ບັນດາໜ້າວຽກຕ່າງໆທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ ພ້ອມທັງຮັບຟັງບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຄຳສະເໜີຕ່າງໆ ເພື່ອນຳມາປັບປຸງແກ້ໄຂໃຫ້ມີຄວາມສອດຄ່ອງກັບສະພາບໃນປະຈຸບັນ.
ພ້ອມດ້ວຍກັນນັ້ນ, ທາງຄະນະນຳກະຊວງ ແລະ ຄະນະພະແນກ ອຄ ນະຄອນຫຼວງ ຍັງໄດ້ລົງຢ້ຽມຢາມຕະຫຼາດລາວ ເພື່ອຕິດຕາມ ເບີ່ງສະພາບລາຄາສິນຄ້າ ແລະ ການສະໜອງສິນຄ້າຢູ່ພາຍໃນຕະຫຼາດດັ່ງກ່າວ.