info@dit.moic.gov.la 021-412-436

ກອງປະຊຸມຄະນະຊີ້ນຳວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 71/ນຍ) ຄັ້ງທີ 03

ໃນຕອນເຊົ້າຂອງວັນທີ 04 ຕຸລາ 2022 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 01 ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມການຄ້າພາຍໃນ ໃນນາມຫ້ອງການກອງເລຂາຊ່ວຍວຽກ ໄດ້ຈັດກອງປະຊຸມ ຄັ້ງທີ 3 ຂອງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 71/ນຍ) ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງມີທ່ານ ຮສ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະສຸກ, ທ່ານ ນ. ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ປອ ນ. ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຫ້ອງການກະຊວງ, ທ່ານຮອງຫົວໜ້າ ຫ້ອງການກະຊວງ, ທ່ານຫົວໜ້າກົມ, ທ່ານຮອງຫົວໜ້າກົມ, ທ່ານຫົວໜ້າພະແນກ, ທ່ານຮອງຫົວໜ້າພະແນກ ແລະ ວິຊາການ ລວມທັງໝົດ 30 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການສະຫລຸບ-ລາຍງານ ການຈັດຕັ້ງປະຕິບັດ ຂອງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງກອງເລຂາຄະນະຊ່ວຍວຽກຄະນະຊີ້ນຳ. ນອກຈາກນັ້ນ, ກອງປະຊຸມຄັ້ງນີ້ ກໍເປັນການຖອດຖອນບົດຮຽນ, ຂໍ້ຄົງຄ້າງຜ່ານມາ ເພື່ອພ້ອມກັນແກ້ໄຂບັນຫາ ເຮັດໃຫ້ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ສາມາດບັນລຸຕາມຄາດໝາຍ ຫລື ຕາມວັດຖຸປະສົງເຊັ່ນ: 

1.     ການກໍານົດພາລະບົດບາດຂອງຄະນະ 71/ນຍ ແລະ ການນໍາໃຊ້ມາດຕະການຄວບຄຸມລາຄາ ຂອງດໍາລັດ 474/ນຍ ຂອງບັນດາຂະແໜງການ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້ ເຊັ່ນ: ຂະແໜງທີ່ໄດ້ກໍານົດລາຍການສິນຄ້າຄວບຄຸມລາຄາ, ແຕ່ຍັງບໍ່ທັນໄດ້ກໍານົດມາດຕະການຕ່າງໆ ໃນການຄວບຄຸມລາຄາ ຫຼື ຂະແໜງການທີ່ບໍ່ທັນສາມາດກໍານົດລາຍການສິນຄ້າຄວບຄຸມລາຄາໄດ້.

2.    ການກໍານົດ ຫຼື ການໃຫ້ບຸລິມະສິດ (ການໃຫ້ຄວາມສໍາຄັນ) ແກ່ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເຊັ່ນ: ກົນໄກການປະສານງານ; ການຄົ້ນຄວ້າ, ວິເຄາະ ແລະ ການວິໄຈ ກ່ຽວກັບ ລາຄາສິນຄ້າ ແລະ ຄ່າບໍລການ ຂອງແຕ່ລະຂະແໜງການ, ຕະຫຼອດຮອດການເຂົ້າຮ່ວມປະຊຸມເພື່ອປຶກສາຫາລື.

3.    ການຊີ້ນຳສາຍຕັ້ງຂອງຕົນ ຢູ່ ຂັ້ນທ້ອງຖິ່ນ ຜ່ານມາ ຫຼາຍຂະແໜງ ຍັງບໍ່ມີການຈັດຕັ້ງຜັນຂະຫຍາຍ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ.

4.    ການຂາດງົບປະມານນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ.


ຕອນທ້າຍຂອງກອງປະຊຸມ ທ່ານປະທານຍັງຮຽກຮ້ອງໃຫ້ບັນດາທ່ານ, ບັນດາສະຫາຍ ຈົ່ງພ້ອມກັນປະກອບຄໍາຄິດ ເຫັນຢ່າງກົງໄປກົງມາ ຢ່າງຈິງອົກຈິງໃຈ ມີເນື້ອໃນເປັນເອກະພາບ ແລະ ເຂົ້າໃຈໄປໃນທິດທາງດຽວກັນ ເພື່ອພ້ອມກັນຄົ້ນຄວ້າ ແລະ ບັນຫາໃດທີ່ທ່ານເຫັນວ່າຍັງບໍ່ທັນສອດຄ່ອງ, ບໍ່ຄົບຖ້ວນ ຫຼື ບໍ່ຈະແຈ້ງ ແມ່ນໃຫ້ສະເໜີເພື່ອຮ່ວມກັນປຶກສາຫາລື ແລະ ເອກະພາບທາງດ້ານຫຼັກການ.