info@dit.moic.gov.la 021-412-436

ກອງປະຊຸມສໍາມະນາຖອດຖອນບົດຮຽນ (ແບບທາງໄກ) ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ໃນວັນທີ 18 ມັງກອນ 2024 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມການຄ້າພາຍໃນ ໄດ້ຈັດກອງປະຊຸມສໍາມະນາຖອດຖອນບົດຮຽນ (ແບບທາງໄກ) ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຮ່ວມກັບ ຄະນະພັດທະນາ ແລະ ປະຕິຮູບ ແຂວງຢຸນນານ ຈາກ ສປ ຈີນ.
ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ (ຜູ້ຊີ້ນຳວຽກງານການຄ້າພາຍໃນ), ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກທີ່ກ່ຽວຂ້ອງ, ບັນດາຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຈຸດປະສົງ ແລະ ຫົວຂໍ້ແລກປ່ຽນຖອດຖອນບົດຮຽນ ຈາກ ສປ ຈີນ ປະກອບມີ:
1. ການຄົ້ນຄວ້າ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ ເພືື່ອຮັບປະກັນການສະໜອງສິນຄ້າ ແລະ ການຄຸ້ມຄອງລາຄາທີ່ມີສະຖຽນລະພາບ ຂອງ ສປ ຈີນ;
2. ສະພາບການຈັດຕັ້ງປະຕິບັດ ທີ່ກ່ຽວຂ້ອງກັບການຄຸ້ມຄອງລາຄາໃນແຂວງຢຸນນານ ສປ ຈີນ.
ໃນຕອນທ້າຍທ່ານປະທານກອງປະຊຸມ ຍັງຂໍຮຽກຮ້ອງໃຫ້ບັນດາທ່ານເອົາໃຈໃສ່ຮັບຟັງການສະເໜີບົດຂອງຊ່ຽວຊານ ຈາກຄະນະພັດທະນາ ແລະ ປະຕິຮູບ ແຂວງຢຸນນານ ສປ ຈີນ ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ໃຫ້ເຫັນໄດ້ທັງດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ ເພື່ອວາງແຜນການທິດທາງໃນຕໍ່ໜ້າ, ສາມາດແກ້ໄຂໄດ້ຂໍ້ຂາດຕົກບົກຜ່ອງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃນໄລຍະຜ່ານມາ ແລະ ເພື່ອເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂອງພວກເຮົາໃຫ້ມີປະສິດຜົນດີຍິ່ງຂຶ້ນ.