info@dit.moic.gov.la 021-412-436

ກວດການ້ຳມັນ

ໃນຊ່ວງເດືອນເມສາ - ຕົ້ນເດືອນກໍລະກົດ ປີ 2022 ລາຄານ້ຳມັນໃນທົ່ວໂລກມີການເໜັງຕີງຂຶ້ນ, ເຊິ່ງເປັນປັດໄຈເຮັດໃຫ້ລາຄານໍ້າມັນເຊື້ອໄຟຢູ່ ສປປ ລາວ ສູງຂຶ້ນ ເຊັ່ນດຽວກັນ. ສະນັ້ນ, ຈຶ່ງເຮັດໃຫ້ເກີດມີປະກົດການກັກຕຸນນ້ຳມັນ, ຂາຍເກີນລາຄາ, ປະຊາຊົນຂາຍເອງຊະຊາຍຕາມແຄມທາງ ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ກົມການຄ້າພາຍໃນ ໃນນາມເປັນເສນາທິການໃຫ້ແກ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຈັດຕັ້ງປະຕິບັດວຽກງານກວດກາການຄ້າ ໄດ້ແຕ່ງຕັ້ງ ແລະ ຊີ້ນໍາເຈົ້າໜ້າທີ່ກວດກາການຄ້າ ໃນຂອບເຂດທົ່ວປະເທດ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລົງກວດກາຕົວຈິງ ແບບປົກກະຕິ ແລະ ກວດກາຕາມຫາງສຽງຂອງສັງຄົມຜ່ານສື່ອອນລາຍ ແລະ ຜ່ານສາຍດ່ວນປົກປ້ອງຜູ້ຊົມໃຊ້ 1510. ສະນັ້ນ, ຜ່ານການລົງກວດກາຕົວຈິງ ໄດ້ແຕ່ຊ່ວງເດືອນ ເມສາ ຜ່ານມາຮອດປະຈຸບັນ ລວມ ທັງໝົດຈຳນວນ 1,174 ຄັ້ງ ແມ່ນ: ເຮັດບົດບັນທຶກກ່າວເຕືອນ ແລະ ສຶກສາອົບຮົມ ຜູ້ລະເມີດ 126 ກໍລະນີ. ນຳໃຊ້ມາດຕະການປັບໃໝ ຕໍ່ຜູ້ສືບຕໍ່ລະເມີດ ຫຼື ມີເຈດຕະນາໂດຍກົງ ຕາມດຳລັດ 331/ນຍ ວ່າດ້ວຍທຸລະກິດນ້ຳມັນ ເຊື້ອໄຟ 14 ກໍລະນີ, ແຈ້ງການສັ່ງໂຈະການເຄື່ອນໄຫວດໍາເນີນທຸລະກິດປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ຊົ່ວຄາວ 03 ປໍ້າ. ພ້ອມນີ້, ກໍໄດ້ລົງກວດກາການຂາຍນ້ຳມັນເຊື້ອໄຟຊະຊາຍຕາມແຄມທາງ, ສະເພາະຢູ່ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ກວດກາການຄ້າ ໄດ້ກ່າວເຕືອນ ແລະ ຍຶດນ້ຳມັນເຊື້ອໄຟ (ແອັດຊັງ, ກາຊວນ) ຈຳນວນ 86 ຈຸດ, 250 ລິດ.
ນອກຈາກສຸມໃສ່ກວດກາການດໍາເນີນທຸລະກິດນໍ້າມັນແລ້ວ, ເຈົ້າໜ້າທີ່ກວດກາການຄ້າ ພວກເຮົາຍັງໄດ້ເຄື່ອນໄຫວຕິດຕາມກວດກາການຄ້າສິນຄ້ານອກລະບົບ, ສິນຄ້າເຊື່ອມຄຸນເສຍຄຸນໝົດອາຍຸ, ສິນຄ້າລອກຮຽນແບບເຄື່ອງໝາຍການຄ້າ ສະເພາະຢູ່ກົມການຄ້າພາຍໃນ ແລະ ນະຄອນຫລວງວຽງຈັນ ໃນຊ່ວງ 6 ເດືອນຕົ້ນປີ 2022 ໄດ້ກວດພົບຜູ້ລະເມີດ 21 ກໍລະນີ ແລະ ໄດ້ປັບໃໝ 61,782,000 ກີບ, ໄດ້ນໍາສິນຄ້າໄປທໍາລາຍຖີ້ມປະເພດຊິ້ນສ່ວນສັດ(ເຄື່ອງໃນ ໝູ, ງົວ, ຄວາຍ) ລັກລອບນໍາເຂົ້າ ມູນຄ່າ 149.000.000 ກີບ, ໝາກກະໂພກ ມູນຄ່າ 17.850.000 ກີບ, ສິນຄ້າໝົດອາຍຸ, ສິນຄ້າບໍ່ໄດ້ຄຸນນະພາບ, ສິນຄ້າຮຽນແບບ, ຢາສູບໄຟຟ້າ ມູນຄ່າ 61.171.000 ກີບ, ລວມມູນຄ່າສິນຄ້າເຄື່ອງຂອງນໍາໄປທໍາລາຍຖີ້ມ 228.021.000 ກີບ.
ແຫຼ່ງຂໍ້ມູນ: ຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ.
ໝາຍເຫດ: ຖ້າພົບເຫັນການລະເມີດລະບຽບກົດໝາຍ ກ່ຽວກັບຄຸ້ມຄອງການຄ້າ, ການເອົາລັດເອົາປຽບຜູ້ຊົມໃຊ້ ໂທສາຍດ່ວນ ປົກປ້ອງຜູ້ຊົມໃຊ້ 1510 (ໃນໂມງລັດຖະການ) ແລະ ສາມາດສົ່ງຂໍ້ມູນ, ຫລັກຖານຕ່າງໆຜ່ານທາງເພສ໌ເຟສບຸກ ສາຍດ່ວນປົກປ້ອງຜູ້ຊົມໃຊ້ 1510.