info@dit.moic.gov.la 021-412-436

ສາມອົງການຈັດຕັ້ງມະຫາຊົນ

ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2022 ທີ່ຜ່ານມາ, ຢູ່ທີ່ຫໍພິພິດທະພັນ ປະທານ ໄກສອນ ພົມວິຫານ (ຫລັກ 6) ສາມອົງການຈັດຕັ້້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ຂອງກົມການຄ້າພາຍໃນ ໂດຍມີ ທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ ໄດ້ນຳພາຄະນະສ້າງຂະບວນການ ໄປທັດສະນະເຂົ້າຊົມງານວາງສະແດງຮູບພາບການຮ່ວມມືຮອບດ້ານ ລາວ-ຫວຽດນາມ ປີ 2022, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງວັນແມ່ຍິງລາວ ຄົບຮອບ 67 ປີ ແລະ ສອງວັນປະຫວັດສາດຂອງສອງຊາດລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສັນຍາມິດຕະພາບການຮ່ວມມືຮອບດ້ານ ຄົບຮອບ 45 ປີ ໃຫ້ມີຄວາມໝາຍຂຶ້ນຕື່ມ ຊຶ່ງຮູບພາບທີ່ນຳມາວາງໃນຄັ້ງມີທັງໝົດ 400 ກວ່າຮູບທີ່ສະແດງໃຫ້ເຫັນການດຳລົງຊີວິດສອງຊາດລາວ-ຫວຽດນາມ, ການເຄື່ອນໄຫວຮ່ວມສຳພັນສູ້ຮົບ, ການເຄື່ອນ ໄຫວປະຕິບັດໜ້າທີ່ ແລະ ການແລກປ່ຽນຢ້ຽມຢາມເຊິ່ງກັນແລະກັນຂອງບັນດາການນຳຂັ້ນສູງຂອງສອງປະເທດລາວ-ຫວຽດນາມໃນໄລຍະຜ່ານມາຈົນເຖິງປະຈຸບັນ.