info@dit.moic.gov.la 021-412-436

ກອງປະຊຸມປຶກສາຫາລື

ໃນຕອນບ່າຍຂອງ ວັນທີ 12 ກໍລະກົດ 2022 ຢູ່ທີ່ຫ້ອງປະຊຸມທາງໄກ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ຄວາມເປັນເອກະພາບ ກ່ຽວກັບວິທີທາງແກ້ໄຂບັນຫາລາຄາສິນຄ້າ ແລະ ຄ່າບໍລິການ ບາງລາຍການສິນຄ້າທີ່ຈໍາເປັນ ທີ່ມີລາຄາເພີ່ມຂຶ້ນສູງໃນປະຈຸບັນ. ໂດຍການເປັນປະທານຂອງທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ມີບັນດາທ່ານຮອງຫົວໜ້າກົມ, ຄະນະພະແນກ ພາຍໃນກົມການຄ້າພາຍໃນ ແລະ ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ (ຜ່ານລະບົບທາງໄກ). ຈຸດປະສົງຂອງກອງປະຊຸມ: 1. ເພື່ອຮັບຟັງການລາຍງານກ່ຽວກັບສະພາບເສດຖະກິດ, ການສະໜອງຄວາມຕ້ອງການ ແລະ ສະພາບການເໜັງຕີງຂອງລາຄາສິນຄ້າ ບາງລາຍການທີ່ຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. 2. ປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ຄວາມເປັນເອກະພາບ ກ່ຽວກັບວິທີທາງແກ້ໄຂບັນຫາລາຄາສິນຄ້າ ແລະ ຄ່າບໍລິການ ບາງລາຍການສິນຄ້າທີ່ຈໍາເປັນ ທີ່ມີລາຄາເພີ່ມຂຶ້ນສູງໃນປະຈຸບັນ. ໃນປະຈຸບັນທົ່ວໂລກແມ່ນພົບພາວະວິກິດການທາງດ້ານເສດຖະກິດຖົດຖອຍ ນັບແຕ່ປີ 2019 ເປັນຕົ້ນມາ GDP ຂອງໂລກໃນປີ 2022 ຢູ່ທີ່ 3.6% ຫຼຸດລົງຈາກ 6.1% ໃນປີ 2021 ໃນນັ້ນສະຫະລັດອາເມລິກາຫຼຸດລົງຈາກ 5.7% ມາເປັນ 3.7%, ຢູໂຫຼບ ຈາກ 5.3% ມາເປັນ 2.8% ແລະ ຈີນແມ່ນ 8.1% ມາເປັນ 4.4%, ສ່ວນຢີ່ປຸ່ນ ເພີ່ມຂຶ້ນຈາກ 1.6% ມາເປັນ 2.4; ໃນຂະນະດຽວກັນນັ້ນ, ອັດຕາເງິນເຟີ້ຂອງໂລກກໍ່ມີແນວໂນ້ມເພີ່ມຂຶ້ນເຊັ່ນດຽວກັນ ຄື: ໃນປີ 2021 ຢູ່ທີ່ 3.4% ເພີ່ມຈາກ 1.94% ໃນປີ 2020; ບັນດາປະເທດທີ່ເປັນແກນນຳ ເຊັ່ນສະຫະລັດອາເມລິກາ ກໍ່ປັບຂຶ້ນຈາກ 1.2% ມາເປັນ 4.7%, ຢູໂຣບ 1.71% ມາເປັນ 3.97%, ການຈັດຊື້ PMI (Purchasing Managers' Index) ຂອງໂລກຫຼຸດລົງ ຄຽງຄູ່ກັບຕົ້ນທຶນທີ່ສູ່ຂຶ້ນ. ນອກນັ້ນສະພາບການຂອງໂລກກໍ່ຍັງພົບ ແລະ ປະເຊີນກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ສົ່ງຜົນກະທົບໂດຍລວມຕໍ່ກັບເສດຖະກິດ-ສັງຄົມ ດັ່ງທີ່ໄດ້ກ່າວມາຂ້າງເທິງ ແລະ ໃນປະຈຸບັນສາມາດຄວບຄຸມເຮັດໃຫ້ເຊື້ອພະຍາດໂຄວິດ-19 ດັ່ງກ່າວ ໄດ້ຜ່ອນຜັນ ບັນດາປະເທດຕ່າງໆໃນທົ່ວໂລກກໍ່ໄດ້ກຽມຄວາມພ້ອມແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດທີ່ເກີດຂຶ້ນໃຫ້ກັບມາຢູ່ສະພາບການປົກກະຕິໂດຍໄວ ໃນທາງກັບກັນສະຖານະການຂອງໂລກຍັງພົບບັນຫາການປະຕິບັດການທະຫານພິເສດລັດເຊຍຕໍ່ຢູເຄນ ເຮັດໃຫ້ຫຼາຍປະເທດຂ້ວມບາດດ້ານເສດຖະກິດລັດເຊຍ ໂດຍສະເພາະສະຫະພາບຢູຫຼົບ ແລະ ສະຫະລັດອາເມລິກາ ເປັນຕົ້ນ, ບັນຫາດັ່ງກ່າວໄດ້ສ້າງແຮງກົດດັນ ເຮັດໃຫ້ເກີດວິກິດການທາງດ້ານພະລັງງານ ແລະ ສະບຽນອາຫານທີ່ຮຸ່ນແຮງຂຶ້ນ ການຢຸດສົ່ງພະລັງງານນໍ້າມັນເຊື້ອໄຟຂອງລັດເຊຍໃຫ້ບັນດາປະເທດສະມາຊິກຢູໂຫຼບ ແລະ ບວກກັບການບໍ່ເພີ່ມກໍາລັງການຜະລິດຂອງບັນດາປະເທດຜູ້ສະໜອງນໍ້າມັນເຊື້ອໄຟໃນຕ່ອງໂສ້ການສະໜອງຂອງໂລກ ເຮັດໃຫ້ການຊອກຫາແຫຼ່ງພະລັງງານເຊື້ອໄຟດັ່ງກ່າວມີຄວາມຈໍາກັດ ແລະ ໃນເດືອນ ພຶດສະພາ 2022 ເຮັດໃຫ້ມີຫຼາຍກວ່າ 30 ປະເທດທົ່ວໂລກນຳໃຊ້ມາດຕະການຈຳກັດການສົ່ງອອກສະບຽນອາຫານ. ບັນຫາດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ ສ ປປ ລາວ ທາງກົງ ແລະ ທາງອ້ອມ ເຖິງແມ່ນວ່າເສດຖະກິດ ຫຼື GDP ຂອງ ສ ປປ ລາວ ຍັງຢູ່ໃນລະດັບດີຂຶ້ນເລັກໜ້ອຍ 4.5% ປີ 2022 ເມື່ອສົມທຽບ ປີ 2021 3.5% ເຫັນວ່າ ເພີ່ມຂຶ້ນ 1% ໃນຂະນະອັດຕາເງິນເຟີ້ແມ່ນມີທ່າອ່ຽງເພີ່ມຂຶ້ນສູງ ຢູ່ໃນລະດັບ 9% ໃນໄຕມາດ1 ປີ 2022 ເມື່ອທຽບໄລຍະດຽວກັນ ປີ 2021 ເຫັນວ່າເພີ່ມຂຶ້ນ 5.25% ແລະ ເພີ່ມຂຶ້ນສູງ ແລະ ກະໂດດເມື່ອທຽບໃນຫຼາຍປີຜ່ານມາ ສົ່ງຜົນເຮັດໃຫ້ສະພາບການຜະລິດ, ດຸນການຄ້າ, ການສະໜອງ ແລະ ລາຄາສິນຄ້າພາຍໃນປະເທດບໍ່ມີສະຖຽນລະພາບ, ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຕ້ອງໄດ້ແກ້ໄຂ ໂດຍສະເພາະການແກ້ໄຂບັນຫາລາຄາສິນຄ້າ ແລະ ຄ່າບໍລິການສູງ ທີ່ຕິດພັນກັບຂະແໜງ ອຄ ດັ່ງນີ້: 1.) ການຄິດໄລ່, ກໍານົດໂຄງປະກອບລາຄາ ແລະ ແຈ້ງການຈັດຕັ້ງປະຕິບັດສິນຄ້າຄວບຄຸມທີ່ຜ່ານມາ ເປັນຄືແນວໃດ; ລວມໄປເຖິງບາງລາຍການສິນຄ້າທີ່ີບໍ່ນອນຢູ່ໃນບັນຊີຄວບຄຸມ ໃນບັນຊີ ຂ ໂດຍສະເພາະສິນຄ້າຈໍາເປັນ ເຊັ່ນ: ນໍ້າປູ, ນໍ້າປາ, ໝີ່, ນໍ້າມັນພືດ, ນໍ້າຕານ, ແປ້ງນົວ ເປັນຕົ້ນ ແຕ່ມີການເໜັງຕີງເພີ່ມຂຶ້ນສູງ ແລະ ຕໍ່ເນື່ອງ ທີ່ອາດສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະການກໍານົດລາຄາ CIF ນໍາເຂົ້າເພື່ອຈໍາໜ່າຍພາຍໃນ ຕິດພັນກັບອັດຕາແລກປ່ຽນ ແລະ ເງິນຕາຕ່າງປະເທດໃນການຊໍລະ.ຊີວິດການເປັນຢູ່ຂອງຊາຊົນ 2.) ການຈັດຕັ້ງປະຕິບັດ ແຈ້ງການສະບັບເລກທີ 0519/ກຄພນ, ລົງວັນທີ 17 ມີຖຸນາ 2022 ວ່າດ້ວຍການລົງຕິດຕາມ, ກວດກາ ການຈໍລະຈອນນໍ້າມັນເຊື້ອໄຟຈາກສາງປໍ້ານໍ້າມັນເຊື້ອໄຟ ແລະ ແຈ້ງການ ສະບັບເລກທີ 0768/ອຄ, ລົງວັນທີ 17 ມິຖຸນາ 2022 ວ່າດ້ວຍການຕິດຕາມ, ກວດກາການແຈກຢາຍສິນຄ້າອຸປະໂພກ-ບໍລິໂພກ. 3.) ການຈັດຕັ້ງປະຕິບັດກົນໄກ, ມາດຕະການ ແລະ ລະບຽບການຕ່າງໆຂອງຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 71/ນຍ ຫຼື ຄະນະຍ່ອຍຂອງແຂວງ ແລະ ນະຄອນຫຼວງ) ຜ່ານມາເປັນຄືແນວໃດ ເພື່ອຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ມີຫຼາຍພາກສ່ວນ ຫຼື ຂະແໜງການຕ່າງໆກ່ຽວຂ້ອງຮັບຜິດຊອບ. 4.) ການມີສ່ວນຮ່ວມຜ່ານມາໃນການຈັດຕັ້ງປະຕິບັດວຽກງານຊຸກຍູ້ສົ່ງເສີມການຜະລິດພາຍໃນຢ່າງແຂງແຮງ, ຄຸ້ມຄອງການນຳເຂົ້າ-ສົ່ງອອກ ຂອງຄະນະ 99/ນຍ ໃຫ້ເປັນຮູບປະທຳ ເພື່ອແກ້ໄຂການສະໜອງສິນຄ້າທີ່ຜະລິດໄດ້ພາຍໃນທົດແທນສິນຄ້ານຳເຂົ້າໃຫ້ນັບມື້ນັບຫຼາຍຂຶ້ນໃນ ມືຄືແນວໃດ 5.) ການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ ໂດຍສະເພາະ ການຊີ້ແຈງ ແລະ ແກ້ໄຂຄຳຮ້ອງທຸກຜ່ານສາຍດ່ວນ 1510 ທີ່ໄດ້ປະສານກັບພະແນກ ອຄ ແຂວງ-ນະຄອນຫຼວງໃນຂອບເຂດທົ່ວປະເທດ ໃຫ້ສອດຄ່ອງກັບສະພາບຕົວຈິງ, ສະຫຼຸບສັງລວມ, ຕິລາຄາ ລາຍງານຂັ້ນເທິງຊາບ ແລະ ມີທິດຊີ້ນໍາ ເປັນແຕ່ລະໄລຍະ. 6.) ການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດໂດຍສະເພາະການ ເຜີຍແຜ່, ແລກປ່ຽນ ກ່ຽວກັບການປະຕິ ບັດການແຂ່ງຂັນທີ່ບໍ່ເປັນທໍາ ເພື່ອຊ່ວຍຜູ້ດຳເນີນທຸລະກິດທີ່ຖືກຜົນກະທົບຈາກພຶດຕິກໍາຜິດກົດໝາຍແຂ່ງຂັນທາງທຸລະກິດ. 7.) ການລົງຕິດຕາມກວດກາ, ການອາຢັດ, ການປັບໃໝ, ທໍາລາຍສິນຄ້າ ຜ່ານມາມີຄືແນວໃດ ນອກນັ້ນການຕິດ ຕາມກວດກາສິນຄ້າຈໍາເປັນໃນສາງຂອງບັນດາບໍລິສັດນໍ້າເຂົ້າ ມີການສັ່ງຊື້ສິນຄ້າເຂົ້າ-ອອກ ແລະ ຍັງເຫຼືອ ເພື່ອຈໍາໜ່າຍພາຍໃນເປັນຄືແນວໃດ ເພາະຕິດພັນກັບການກຸ້ມການສະໜອງໃນໄລຍະເວລາໃດໜຶ່ງ, ການກໍານົດລາຄາຂາຍຍົກ ຕິດພັນກັບອັດຕາແລກປ່ຽນ ແລະ ຕົ້ນທຶນ, ການກັກຕຸນ ຫຼື ເກງກໍາໄລ ເຫຼົ່ານີ້ເປັນຕົ້ນ.